ໂດຍ: ເລີດມະນີ ອິນສີຊຽງໃໝ່
ສາລະຄະດີ
ລະຄອນຫຸ່ນກະບອງລາວກ້າວຂື້ນສູ່ລະຄອນຫຸ່ນໂລກ
ການສະແດງລະຄອນກືກມັນຈະເຂົ້າໄດ້ເຖິງທຸກຊົນຊາດ ຊົນເຜົ່າ ແລະ ທຸກຊັ້ນຄົນໃນສັງຄົມ ຊຶ່ງສະແດງອອກໃນ ການສໍາພາດຜູ້ຊົມຕໍ່ບົດລະຄອນເລື່ອງດຽວກັນ ຕໍ່ປັນຍາຊົນຜູ້ທີ່ມີລະດັບກໍ່ຈະໃຫ້ທັດສະນະແນວໜຶ່ງ ຕໍ່ກັບນັກຮຽນ ມັດທະຍົມ, ອຸດົມ ກໍ່ໃຫ້ທັດສະນະອີກແບບໜຶ່ງ. ຕໍ່ກັບນັກຮຽນປະຖົມ, ອະນຸບານ ກໍ່ຈະໃຫ້ທັດສະນະແນວໜຶ່ງ.
ແລະ ຖ້າແມ່ນປະຊາຊົນຢູ່ແຕ່ລະທ້ອງຖິ່ນຈະໃຫ້ຄວາມເຫັນຕາມວິຖີຊີວິດຂອງໃຜຂອງມັນທີ່ແຕກຕ່າງກັນ ຕໍ່ກັບບັນ ຫານີ້ມັນຈະເຮັດໃຫ້ຜູ້ກໍາກັບການສະແດງມີທັດສະນະທີ່ດີໃນການຄົ້ນຄວ້າປະດິດແຕ່ງຕໍ່ໆໄປ ສໍາລັບນັກສະແດງຈະ ຕ້ອງໄດ້ຄົ້ນຄວ້າເຖິງທ່າທີຂອງຕົວລະຄອນໄປເລື່ອຍໆຢ່າງບໍ່ສີ້ນສຸດ.
ຕໍ່ກັບການສະແດງແບບນີ້ ຂ້າພະເຈົ້າເຫັນວ່າມັນຈະເໝາະສົມກັບປະເທດລາວທີ່ຢຢູ່ໃນປະເທດທີ່ກໍາລັງພັດທະນາໃນ ຫຼາຍໆດ້ານ. ສະນັ້ນການນໍາສະເໜີເພື່ອສ້າງລະຄອນແບບນີ້ຂື້ນຢູ່ລາວກໍ່ເປັນເລື່ອງທີ່ຈໍາເປັນ ດັ່ງນັ້ນ, ທາງສະມາຄົມ ຝຣັ່ງລາວຈິ່ງມອບທຶນໃຫ້ 1 ທຶນ ເພື່ອໄປຂຽນຄວາມຮູ້ພື້ນຖານຂອງລະຄອນຫຸ່ນທີ່ປະເທດຝຣັ່ງເສດ (ເມືອງລີອົງ) ແລະ ຂ້າພະເຈົ້າເອງ ກໍ່ໄດ້ຖືກມອບໝາຍຈາກລັດຖະບານລາວໃຫ້ໄປຮຽນໃນກໍານົດ 3 ເດືອນ.
-
- .
http://www.laos-puppetry.weebky.com
ສາລະຄະດີ
ລະຄອນຫຸ່ນກະບອງລາວກ້າວຂື້ນສູ່ລະຄອນຫຸ່ນໂລກ
- ໃນຊຸມປີ 2000 ຂ້າພະເຈົ້າເປັນຜູ້ລິເລີ່ມ ແລະ ບຸກເບີກລະຄອນຫຸ່ນຄະນະນີ້ຂື້ນມາດ້ວຍສາຍເຫດຫຼາຍປັດໃຈ…. ໃນໄລຍະຜ່ານມາ ຂ້າພະເຈົ້າເຄີຍເຮັດວຽກຢູ່ກອງລະຄອນເວົ້າເປັນເວລາ 10 ປີ ກໍ່ຮູ້ໄດ້ເຖິງຈຸດດີ ຈຸດອ່ອນ ແລະ ກໍ່ ຖືກຊັບຊ້ອນມາຢູ່ກອງກາຍຍະສິນ ໄລຍະໜຶ່ງຮັບຜິດຊອບວຽກຕະຫຼົກ ໃນໄລຍະນີ້ກໍ່ມີໂອກາດໄດ້ໄປຍົກລະດັບດ້ານ ວິຊາຕະຫຼົກທີ່ປະເທດຝຣັ່ງເສດໃນກໍານົດ 6 ເດືອນ ພໍກັບຄືນປະເທດກໍ່ໄດ້ຍົກລະດັບການຕະຫລົກຂອງລາວເພື່ອໃຫ້ ທຽບເທົ່າກັບສາກົນເຂົາ.
ການສະແດງລະຄອນກືກມັນຈະເຂົ້າໄດ້ເຖິງທຸກຊົນຊາດ ຊົນເຜົ່າ ແລະ ທຸກຊັ້ນຄົນໃນສັງຄົມ ຊຶ່ງສະແດງອອກໃນ ການສໍາພາດຜູ້ຊົມຕໍ່ບົດລະຄອນເລື່ອງດຽວກັນ ຕໍ່ປັນຍາຊົນຜູ້ທີ່ມີລະດັບກໍ່ຈະໃຫ້ທັດສະນະແນວໜຶ່ງ ຕໍ່ກັບນັກຮຽນ ມັດທະຍົມ, ອຸດົມ ກໍ່ໃຫ້ທັດສະນະອີກແບບໜຶ່ງ. ຕໍ່ກັບນັກຮຽນປະຖົມ, ອະນຸບານ ກໍ່ຈະໃຫ້ທັດສະນະແນວໜຶ່ງ.
ແລະ ຖ້າແມ່ນປະຊາຊົນຢູ່ແຕ່ລະທ້ອງຖິ່ນຈະໃຫ້ຄວາມເຫັນຕາມວິຖີຊີວິດຂອງໃຜຂອງມັນທີ່ແຕກຕ່າງກັນ ຕໍ່ກັບບັນ ຫານີ້ມັນຈະເຮັດໃຫ້ຜູ້ກໍາກັບການສະແດງມີທັດສະນະທີ່ດີໃນການຄົ້ນຄວ້າປະດິດແຕ່ງຕໍ່ໆໄປ ສໍາລັບນັກສະແດງຈະ ຕ້ອງໄດ້ຄົ້ນຄວ້າເຖິງທ່າທີຂອງຕົວລະຄອນໄປເລື່ອຍໆຢ່າງບໍ່ສີ້ນສຸດ.
ຕໍ່ກັບການສະແດງແບບນີ້ ຂ້າພະເຈົ້າເຫັນວ່າມັນຈະເໝາະສົມກັບປະເທດລາວທີ່ຢຢູ່ໃນປະເທດທີ່ກໍາລັງພັດທະນາໃນ ຫຼາຍໆດ້ານ. ສະນັ້ນການນໍາສະເໜີເພື່ອສ້າງລະຄອນແບບນີ້ຂື້ນຢູ່ລາວກໍ່ເປັນເລື່ອງທີ່ຈໍາເປັນ ດັ່ງນັ້ນ, ທາງສະມາຄົມ ຝຣັ່ງລາວຈິ່ງມອບທຶນໃຫ້ 1 ທຶນ ເພື່ອໄປຂຽນຄວາມຮູ້ພື້ນຖານຂອງລະຄອນຫຸ່ນທີ່ປະເທດຝຣັ່ງເສດ (ເມືອງລີອົງ) ແລະ ຂ້າພະເຈົ້າເອງ ກໍ່ໄດ້ຖືກມອບໝາຍຈາກລັດຖະບານລາວໃຫ້ໄປຮຽນໃນກໍານົດ 3 ເດືອນ.
- ກໍາເນີດຂອງຄະນະລະຄອນຫຸ່ນທີ່ມີຊື່ວ່າ ((ກະບອງລາວ)).
- ((ກະບອງລາວ)) ແມ່ນອຸປະກອນທີ່ຮັກສາເຊື້ອໄຟໄວ້ໃນເຂດຊົນນະບົດໃນແຕ່ກ່ອນ ແຕ່ໃນເວລານີ້ເມື່ອມີນໍ້າ ມັນ ແລະ ໄຟຟ້າ ເຂົ້າມາໃນຊີວິດຄໍາວ່າກະບອງກໍ່ຈະສູນຫາຍໄປຕາມຂະບວນວິວັດຂອງສັງຄົມ ແຕ່ເພື່ອອະນຸລັກໄວ້ ຊຶ່ງຄໍາວ່າ ((ກະບອງ)) ໃຫ້ຍັງຢູ່ສັງຄົມລາວຕະຫຼອດໄປ ຂ້າພະເຈົ້າຈິ່ງຕັດສິນໃຈເອົາຊື່ນີ້ມາເປັນຊື່ຂອງຄະນະລະຄອນ ຫຸ່ນລາວ ນີ້ແມ່ນຄວາມໝາຍກວ້າງໆ.
- ແລະ ອີກມຸມມອງໜຶ່ງຂອງຄໍາວ່າກະບອງລາວແມ່ນໄດ້ມາຈາກຄໍາໂຄງທີ່ວ່າ: (ຂອນໂດກ)
-
- .
- ຄວາມໝາຍເລິກໆທີ່ເປັນຕັບ ເປັນບີຂອງກະບອງຢູ່ຕາມຊົນນະບົດທຸກຄອກແຄແຈຮົ້ວ ກໍມີແຕ່ກະບອງທີ່ຍອມຈູດມັນເອງ ເພື່ອໃຫ້ແສງສະຫວ່າງແກ່ຄົນອື່ນ.
- ຈຸດພິເສດຂອງລະຄອນຫຸ່ນກະບອງມີດັ່ງນີ້:
- …ຜູ້ປະດິດໄດ້ເຫັນ. ການເຮັດຫຸ່ນຈາກການເຊື່ອຖືຂອງເຜົ່າຕ່າງໆໃນລາວ ຊຶ່ງຜະລິດຈາກ ໄມ້, ເຟືອງ ແລະ ອື່ນໆ…ແລະບາງຊົນເຜົ່າໄດ້ຜະລິດຫຸ່ນຂື້ນ ເພື່ອຂັບໄລສັດສາວາສິງຕ່າງໆທີ່ຫລັງມາລົບກວນ ເຄື່ອງປູກຂອງຝັ່ງຕາມໄຮ,ສວນ ແລະ ທົ່ງນາ. ຊຶ່ງການຜະລິດຫຸ່ນນີ້ແມ່ນອາໃສວັດຖຸໃນແຕ່ລະທ້ອງຖິ່ນທີ່ແຕກ ຕ່າງກັນໄປ… ສຳລັບໂຕຫຸ່ນຂອງຕ່າງປະເທດ ກໍ່ມີຄວາມເກົ່າແກ່ ສວຍງາມ ແລະ ປະກອບດ້ວຍກົນໄກວທີທັນ ສະໄໝແຕກຕ່າງກັນໄປ. ສຳລັບຫຸ່ນກະບອງລາວແມ່ນຜະລິດມາຈາກເສດວັດຖຸ (ຂີ້ເຫຍື້ອ) ເສດ, ກະໂປະ, ກະບ໋ອງ, ໄມ້ໄຜ, ຕົ້ນພ້າວ, ໝາກພ້າວ, ກ້ານພ້າວ ທຸກສິ່ງຢ່າງທີ່ຈະເປັນຫຸ່ນໄດ້…ບໍ່ມີກົນໄກວທາງດ້ານເຕັກນິກ ມີແຕ່ທ່າທີ ຂອງນັກສະແດງທີ່ຈະບັນຊາເຮັດໃຫ້ຫຸ່ນມີຊິວິດຊີວາເຄື່ອນໄຫວໄດ້ຄື ຄົນ ແລະ ສັດ ຢ່າງລົງຕົວຈົນເປັນທີຍອມຮັບ ຂອງທຸກຄົນໃນສັງຄົມ ແລະ ສາກົນ…
- 2014 ວັນທີ 1-10/11 ກອງລະຄອນຕຸກກະຕາໜ່ວຍງານຫຸ່ນກະບອງລາວ ໄດ້ຖືກຂັດເລືອກ ໃຫ້ເຂົ້າຮ່ວມໃນເທດສະການລະຄອນຫຸ່ນໂລກໃນ 80 ປະເທດຈາກ 165 ຄະນະ ນີ້ກໍແມ່ນການຍອມຮັບໜຶ່ງ ວ່າຄະ ນະຫຸ່ນກະບອງເປັນເອກະລັກໜຶ່ງຂອງຄົນລາວໄປແລ້ວ.
http://www.laos-puppetry.weebky.com