The History Of Pupet Lao
ປະຫວັດຄວາມເປັນມາຂອງ ຕຸກກະຕາ ລາວ
( 01/01/1979 - 01/01/2020 )
ຈັດພິມໂດຍ: ກອງລະຄອນ ຕຸກກະຕາ ແຫ່ງຊາດ
ສຳນັກງານຕັ້ງຢູ່ ບ້ານ ຊຽງຍືນ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ
ໂທລະສັບ : 021 212457
ຄະນະຊີ້ນໍາ:
1. ທ່ານນາງ ວັນສີ ສຸກຈະເລີນ ຫົວໜ້າອໍານວຍການ ກອງລະຄອນ ຕຸກກະຕາ ແຫ່ງຊາດ
2. ທ່ານ ວັນນະເລດ ເວດດາວົງ ຫົວໜ້າຂະແໜງການສະແດງ.
ຄະນະເກັບກໍາຂໍ້ມູນ ແລະ ປະສານງານ:
1. ທ່ານນາງ ວັນສີ ສຸກຈະເລີນ
2. ທ່ານ ອຸດອນ ໄຊຊະນະ
3. ທ່ານ ວັນນະເລດ ເວດດາວົງ
4. ທ່ານນາງ ສຸດສະດາ ປະຖໍາມະວົງ
5. ທ່ານນາງ ເລັມຖິຟີ
ລວບລວມ ແລະ ຮຽບຮຽງ ໂດຍ: ທ່ານ ວຽງທອງ ຈັນທະວົງ ຮອງຫົວໜ້າຂະແໜງເຕັກນິກ

I. ຄວາມເປັນມາ.
ຕຸກກະຕາເປັນມໍລະດົກທາງສິລະປະຢ່າງໜຶ່ງທີ່ສືບທອດກັນມາຕັ້ງແຕ່ບູຮານນະການ, ການສະແດງລະຄອນຕຸກກະຕາ ເປັນທີ່ນິຍົມໃນທົ່ວໂລກ ເຊັ່ນ: ຈີນ , ຫວຽດນາມ, ກໍາປູເຈຍ , ມຽນມາ , ຟິລິປິນ, ສິງກະໂປ, ໄຕ້ຫວັນ, ອິນໂດເນເຊຍ, ອິນເດຍ, ໄທ, ຍີ່ປຸ່ນ, ເກົາຫຼີ , ເອຢິບ, ອາເມລິກາ, ອີຕາລີ, ອັງກິດ, ເຢຍລະມັນ, ເຊັກໂກ, ຝຣັ່ງເສດ, ໂຊວຽດ ແລະ ບູນກາລີ…ລະຄອນທີ່ນຳມາສະແດງເປັນນິຍາຍກ່ຽວກັບອິດທິລິດຫຼືອະພິນິຫານຕະຫຼອດຈົນຮອດ ລະຄອນຕະຫຼົກ ທີ່ສະນຸກສະໜານຢູ່ໃນແຕ່ລະທ້ອງຖິ່ນທິ່ເລົ່າສືບທອດຕໍ່ກັນມາ ຫຼາຍຮ້ອຍປີຈົນໄດ້ມີການພັດທະນາ ແລະ ນຳເຕັກນິກສະໄໝໃໝ່ມາປະສົມປະສານກັບການສະແດງລະຄອນຕຸກກະຕາ ເຮັດໃຫ້ການສະແດງມີການພັດທະນາຫຼາຍຂື້ນ. ທີ່ມາຂອງ ລະຄອນຕຸກກະຕາໃນ ສ ປ ປ ລາວ ນັ້ນຍັງບໍ່ທັນມີຫຼັກຖານທີ່ແນ່ນອນວ່າ: ແມ່ນຜູ້ໃດເປັນຜູ້ລິເລີ່ມ ແລະ ເກີດຂື້ນເມື່ອໃດ? ແຕ່ກ່ອນກໍ່ຮູ້ພຽງແຕ່ວ່າ ຢູ່ພາກເໜືອຂອງລາວມີ ລະຄອນອີປ໋ອກ ຂອງແຂວງຫຼວງພະບາງ ເຊີ່ງເປັນມະໂຫລະສົບເກົ່າທີ່ຄວບຄູ່ກັບການເຄື່ອນໄຫວຂອງກະສັດໃນແຕ່ລະສະໄໝເທົ່ານັ້ນ ແລະ ມີໜັງບັກຕື້ ຢູ່ທາງແຂວງພາກໃຕ້ຂອງລາວ, ລະຄອນອີປ໋ອກມີຄົນເລົ່າລືກັນວ່າ ຢູ່ບ້ານຊຽງທອງ ເມືອງຫຼວງພະບາງ,ອາດຈະເກີດຂື້ນໃນໄລຍະສັດຕະຫວັດທີ່ 14 ເຊີ່ງໄດ້ສະແດງໃຫ້ຄົນໄດ້ຊົມແລ້ວ ແລະ ອາດຈະເວົ້າໄດ້ວ່າເປັນສະໄໝເຈົ້າຟ້າງຸ່ມ ແລະ ກໍ່ເປັນມູນມໍລະດົກທາງສິລະປະຂອງລາວ; ລະຄອນອີປ໋ອກແມ່ນ ລະຄອນປະດິດຄິດແຕ່ງຂື້ນດ້ວຍສີໄມ້ລາຍມື ລວດລາຍຂອງຄົນລາວ ແລະ ສືບທອດກັນມາເຖິງປະຈຸບັນ.
ຫຼັງຈາກປະເທດຊາດໄດ້ຮັບການປົດປ່ອຍ ພັກ ແລະ ລັດຖະບານ ເຫັນໄດ້ຄວາມສຳຄັນຂອງວຽກງານ ອະນຸລັກ ເສີມຂະຫຍາຍວຽກງານສິລະປະວັດທະນະທຳ; ມາຮອດໃນວັນທີ 01 / 01 /1979 ລະຄອນຕຸກກະຕາ ຈຶ່ງໄດ້ຮັບການແຕ່ງຕັ້ງ ຂື້ນໂດຍການອະນຸມັດ ຈາກລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ເຊິ່ງເອີ້ນກັນວ່າ ກອງລະຄອນ ຕຸກກະຕາ ສູນກາງ ໂດຍແມ່ນທ່ານ ສຸບັນ ສຸວັນນະວົງ ສິລະປິນແຫ່ງຊາດ ເປັນຫົວໜ້າອໍານວຍການ ເຊີ່ງປະກອບມີພະນັກງານທັງໝົດ 20 ຄົນ.
ມາຮອດ ວັນທີ 30 /03/ 2009 ໄດ້ມີຂໍ້ຕົກລົງເລກທີ່ 262/ຖວ ຈຶ່ງໄດ້ປ່ຽນຊື່ມາເປັນ ກອງລະຄອນຕຸກກະຕາ ແຫ່ງຊາດ ເຊິ່ງຂຽນເປັນຕົວອັກສອນຫຍໍ້ “ ລ ຕ ຊ ’’ ໂດຍແມ່ນທ່ານ ບຸນມີ ເຮືອງຄຳແສງ ເປັນຫົວໜ້າອໍານວຍການ.
ມາຮອດວັນທີ 02/10/2020 ໄດ້ມີຂໍ້ຕົກລົງເລກທີ 633/ຖວທ ກອງລະຄອນ ຕຸກກະຕາ ແຫ່ງຊາດຈື່ງໄດ້ປ່ຽນຊື່ເປັນ ກອງລະຄອນ ແຫ່ງຊາດ ໂດຍການໂຮມ 03 ກອງສະແດງ ເຂົ້າກັນ ຄື: ລະຄອນຕຸກກະຕາ; ລະຄອນເວົ້າ; ລະຄອນລຳ ເຊີ່ງຂຽນເປັນຕົວອັກສອນຫຍໍ້ “ ລ ຄ ຊ’’ ໂດຍມີທ່ານ ແສງອາລຸນ ບົວລະວົງ ເປັນຜູ້ອໍານວຍການ.

II. ການເຄື່ອນໄຫວແຕ່ລະໄລຍະ
1979 - 1983 ໂດຍ ທ່ານ ສຸບັນ ສຸວັນນະວົງ ຫົວໜ້າອໍານວຍການກອງ
ທ່ານ ກົງສະຫວັນ ສຸດທິພົງ ຄະນະອໍານວຍການ
ທ່ານ ສະໄຫວ ສີວັດ ຄະນະອໍານວຍການ
ທ່ານ ສຸບັນ ສຸວັນນະວົງ
ວັນເດືອນປີເກີດ: 05 / 02 / 1942
ວັນເດືອນປີ ເຂົ້າການປະຕິວັດ: 1960

ທ່ານ ກົງສະຫວັນ ສຸດທິພົງ
ວັນເດືອນປີເກີດ: 27 / 03 / 1953
ວັນເດືອນປີ ເຂົ້າການປະຕິວັດ: 01 / 09 /1979
ເວລານີ້ໄດ້ມີສັນຍາຮ່ວມມືທາງດ້ານສິລະປະວັດທະນະທໍາ ລະຫວ່າງ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳແຫ່ງ ສ ປ ບຸນກາລີ ດັ່ງນັ້ນກອງລະຄອນຕຸກກະຕາ ສູນກາງ ຈຶ່ງໄດ້ສົ່ງນັກສະແດງ ໄປຝຶກອົບຮົມ ການລະຄອນຕຸກກະຕາ ທີ່ ສປ ບຸນກາລີເປັນເວລາ 06 ເດືອນ ໃນຈຳນວນ 20 ສະຫາຍ. ການສະແດງເວລານັ້ນຈຸດໜັກ ແມ່ນເລັ່ງໃສ່ໂຄສະນາແນວທາງນະໂຍບາຍຂອງພັກ ແລະ ລັດ; ການເຕົ້າໂຮມຄວາມສາມັກຄີ ແລະ ສ້າງຄວາມມ່ວນຊື່ນໃຫ້ແກ່ປະຊາຊົນບັນດາເຜົ່າ, ເພາະໄລຍະນັ້ນປະເທດຊາດຂອງພວກເຮົາຫາກໍ່ຫຼຸດພົ້ນອອກຈາກຄອບ
ຄອງຂອງຈັກກະພັດຕ່າງດ້າວ.
1984 -1994 ໂດຍ ທ່ານ ກົງສະຫວັນ ສຸດທິພົງ ຫົວໜ້າອໍານວຍການ
|
ການເຄື່ອນໄຫວໃນໄລຍະນີ້ໂດຍໄດ້ຮັບການອຸປະຖໍາຈາກອົງການ UNICEF ໄດ້ໃຫ້ການຊ່ວຍເຫຼືອ ທາງດ້ານພາຫະນະເຄື່ອງສຽງ ແສງ ສີ ແລະ ທຶນຮອນຈໍານວນໜຶ່ງເພື່ອນໍາໃຊ້ເຂົ້າໃນການສະແດງ ໃຫ້ຄວາມຮູ້ທາງ ດ້ານສຸຂະສຶກສາ ແລະ ນຳໃຊ້ເຂົ້າໃນການນຳເອົານິທານພື້ນເມືອງລາວ ມາສະແດງໃນຮູບແບບຂອງຕຸກກະຕາ ແລະ ໄດ້ໄປເຄື່ອນພາຍໃນ ແລະ ຕ່າງປະເທດ.
1995 – 1999 ໂດຍ ທ່ານ ສະໄຫວ ສີວັດ ຫົວໜ້າອໍານວຍການ
|
Lao puppet types:
|
According to the National Puppet Troupe, an organization which is concerned with puppet management, there are 05 different kinds of Lao puppet, depending on the puppet’s ability to be controlled and specific features.
1. Hand puppet showThe main way of controlling this kind of puppet is by the conductor’s hands. All puppet movements depend on
puppeteer who is an expert in using their hands, fingers and wrists, a combination of which they use simultaneously to shownatural movements of the puppet. |
2. Lifting control puppets show:
Normally, the main feature here is that the puppets are made from timber and decorated with silk costumes and the puppeteer is required to use both hands to move the puppet. For instance, while one hand controls the head and mouth, the other hand controls the movements of the puppet’s hands. In addition, there are sometimes three puppeteers to control one puppet at the same time especially when that puppet is quite a big size.
|
Recent practices of National Puppet Troupe:
|
|
|
|
|
|
|